ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ-ຫວຽດນາມ ສຳເລັດ​ການ​ເຝິກ​ຊ້ອມ​ຮ່ວມ​ຕ້ານ​ການ​ກໍ່​ການ​ຮ້າຍ

     ໂທລະພາບ​ແຫ່ງ ​ສປ ຈີນ ລາຍ​ງານ​ໃຫ້​ຮູ້​ໃນ​ ວັນ​ທີ 3 ສິງຫາ 2024 ນີ້​ວ່າ: ວັນ​ທີ 2 ສິງຫາ ຜ່ານ​ມາ, ການ​ຫັດ​ແອບ​ເຝິກ​ຊ້ອມ​ຮ່ວມ​ຕ້ານ
​ການ​ກໍ່​ການ​ຮ້າຍ​ລະຫວ່າງ​ ຈີນ-ຫວຽດນາມ ພາຍ​ໃຕ້​ລະຫັດ “ ການ​ຮ່ວມ​ມື- 2024 ” ທີ່​ດຳເນີນ​ມາ​ເປັນ​ເວລາ 2 ອາທິດ ໄດ້​ສິ້ນ​ສຸດ​ລົງ​ຢູ່​ສະໜາມ
​ເຝິກ​ຊ້ອມ​ແຫ່ງ​ໜຶ່ງ​ຂອງ​ເຂດ​ປົກຄອງ​ຊົນ​ເຜົ່າ​ຈ້ວງ​ ​ແຂວງກວາງຊີ ຂອງ​ຈີນ.

     ການ​ຫັດ​ແອບ​ເຝິກ​ຊ້ອມ​ຮ່ວມຄັ້ງ​ນີ້ ແມ່ນ​ການ​ຝຶກ​ຊ້ອມ​ຮ່ວມ​ລະຫວ່າງ ກອງ​ກ​ຳລັງ​ປະກອບ​ອາວຸດຂອງ​ຕຳຫຼວດ​ປະຊາຊົນ​ຈີນ ກັບກອງ​ຕຳ
ຫຼວດ​ເຄື່ອນ​ທີ່​ໄວ​ຂອງ​ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຫວຽດນາມ ເຊິ່ງ​ໄດ້​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ ເພື່ອ​ຮ່ວມ​ກັນ​ປາບປາມການ​ກໍ່​ການ​ຮ້າຍ​ດ້ວຍ
ຄວາມ​ຮຸນ​ແຮງ. ພາຍ​ໃນ​ສອງ​ອາທິດ​ຜ່ານ​ມາ, ສອງ​ຝ່າຍ​ ຈີນ-ຫວຽດນາມ ໄດ້​ດຳເນີນ​ການ​ຫັດ​ແອບ​ເຝິກ​ຊ້ອມ 7 ປະເພດ​ໃຫຍ່ ລວມ​ທັງ​ໝົດ 27
ລາຍການເປັນຕົ້ນ: ການ​ແລກປ່ຽນ ແລະ ສຳ​ມະ​ນາ, ການ​ເຝິກ​ຊ້ອມ​ບັນຊາ, ການ​ເຝິກ​ຊ້ອມ​ທັກ​ສະ​ດ້ານ​ການ​ທະຫານ, ການ​ເຝິກ​ຊ້ອມ​ປາບ​ປາມ
​ທາງນ້ຳ, ການ​ເຝິກ​ຊ້ອມ​ການ​ປະສານ​ງານ​ດ້ານ​ຍຸດທະວິທີ​ສູ້​ຮົບ, ການ​ເຝິກ​ຊ້ອມ​ຫົວຂໍ້​ສະເພາະ ແລະ ການ​ຫັດແອບ​ເຝິກ​ຊ້ອມ​ຮ່ວມ​ຕ້ານ​ການ​ກໍ່​
ການ​ຮ້າຍ​ສັງ​ລວມ.

     ການ​ເຝິກ​ຊ້ອມ​ຮ່ວມ​ຄັ້ງ​ນີ້ ໄດ້​ຈັດ​ຕັ້ງ​ປະຕິບັດດ້ວຍ​ຮູບ​ແບບ​ຈັດ​ໜ່ວຍ​ເຝິກ​ຊ້ອມ​ປະສົມ, ການ​ຄົ້ນຄວ້າ ແລະ ເຝິກ​ຊ້ອມ​ແບບ​ແບ່ງ​ໜ່ວຍ ແລະ
ດຳເນີນ​ການ​ເຝິກ​ຊ້ອມ​ໄປ​ພ້ອມ​ກັນ, ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​​ລະຫວ່າງ​ສອງ​ຝ່າຍ ແລະ ຍົກ​ສູງ​ຄວາມ​ສາມາດ​ຮ່ວມ​ກັນ
​ຕ້ານ​ການ​ກໍ່​ການ​ຮ້າຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/08/2024